ຈັງຫວັດເລີຍ

ຈາກ ວິກິພີເດຍ
ຈັງຫວັດເລີຍ

จังหวัดเลย
ຕາມເຂັມນາລິກາຈາກດ້ານບົນ: * ວັດພະທາດສີສອງຮັກ * ວັດໂພໄຊ * ເມືອງຊຽງຄານ * ຜີຕາໂຂນ * ພູລົມໂລ * ພະໃຫຍ່ພູຄົກງິ້ວ
ທຸງຂອງຈັງຫວັດເລີຍ
ທຸງ
ກາຢ່າງເປັນທາງການຂອງຈັງຫວັດເລີຍ
ກາ
ຄຳຂວັນ: 
เมืองแห่งทะเลภูเขา สุดหนาวในสยาม ดอกไม้งามสามฤดู ถิ่นที่อยู่อริยสงฆ์ มั่นคงความสะอาด
(ເມືອງແຫ່ງທະເລພູເຂົາ ສຸດຫນາວໃນສະຫຍາມ ດອກໄມ້ງາມສາມລຶດູ ຖິ່ນຢູ່ອາລິຍະສົງ ມັ່ນຄົງຄວາມສະອາດ)
ເພງ: ເລີຍ
ແຜນທີ່ປະເທດໄທ ຈັງຫວັດເລີຍເນ້ນສີແດງ
ແຜນທີ່ປະເທດໄທ ຈັງຫວັດເລີຍເນ້ນສີແດງ
ປະເທດທຸງຊາດຂອງໄທ ໄທ
ອຳເພີເມືອງເມືອງເລີຍ
ສ້າງຕັ້ງຄ.ສ. 1853
ຜູ້ກໍ່ຕັ້ງພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ
ການປົກຄອງ
 • ຜູ້ວ່າລາຊະການໄຊຍະພົດ ຈະຣູນພົງ
 • ນາຍົກອົງການບໍລິຫານໄຊທະວັດ ນຽມສິຣິ
ພື້ນທີ່
 • ທັງໝົດ11,424.612 ຕລ.ກມ. (Bad rounding here4,400 ຕລ.ໄມລ໌)
ອັນດັບພື້ນທີ່14
ປະຊາກອນ
 (ຄ.ສ. 2023)
 • ທັງໝົດ635,142 ຄົນ
 • ຄວາມໜາແໜ້ນ56 ຄົນ/ຕລ.ກມ. (140 ຄົນ/ຕລ.ໄມລ໌)
ເດມະນິມຊາວເລີຍ
ເຂດເວລາUTC+7 (ICT)
ລະຫັດ ISO 3166TH-42
ທະບຽນພາຫະນະเลย
ເວັບໄຊloei.go.th


ຈັງຫວັດເລີຍ (ໄທ: จังหวัดเลย) ແມ່ນຈັງຫວັດໜຶ່ງໃນພາກຕາເວັນອອກສຽງເໜືອຕອນເທິງ ໃນລາຊະອານາຈັກໄທ ຫ່າງຈາກບາງກອກປະມານ 520 ກິໂລແມັດ ມີສະພາບພູມິປະເທດອັນຈົບງາມ ອາກາດໜາວເຢັນ ເປັນແຫຼ່ງເພາະປູກໄມ້ດອກໄມ້ປະດັບທີ່ສຳຄັນແຫ່ງໜຶ່ງຂອງປະເທດ ແລະຍັງເປັນເມືອງທ່ອງເທີ່ຍວທີ່ສຳຄັນອີກນຳ.

ປະຫວັດສາດ[ດັດແກ້]

ມີຫຼັກຖານກ່ຽວກັບປະຫວັດຄວາມເປັນມາວ່າ ກໍ່ຕັ້ງໂດຍຊົນເຜົ່າໄທທີ່ສືບເຊື້ອສາຍມາຈາກບັນພະບຸລຸດທີ່ກໍ່ຕັ້ງອານາຈັກໂຍນົກຊຽງແສນ ໂດຍພໍ່ຂຸນບາງກາງຫາວແລະພໍ່ຂຸນຜາເມືອງ (ເຊື່ອຖືກັນວ່າເປັນເຊື້ອສາຍລາຊະວົງສິງຫະນະວັດ). ໄດ້ມີຜູ້ຄົນອົບພະຍົບຈາກອານາຈັກໂຍນົກຊຽງແສນທີ່ຫຼົ້ມສະຫຼາຍແລ້ວ ຜ່ານດິນແດນລ້ານຊ້າງ ຂ້າມລຳນ້ຳເຫືອງຂຶ້ນໄປທາງຝັ່ງຂວາຂອງລຳນ້ຳໝັນຮອດບໍລິເວນທີ່ຮາບ. ພໍ່ຂຸນຜາເມືອງໄດ້ຕັ້ງບ້ານດ່ານຂວາ (ປັດຈຸບັນຢູ່ໃນບໍລິເວນຊາຍເນີນນາດ່ານຂວາ ເຊິ່ງມີຊາກວັດເກົ່າຢູ່ໃນແປງນາຂອງເອກະຊົນ ລະຫວ່າງໝູ່ບ້ານຫົວແຫຼມກັບໝູ່ບ້ານນາເບ້ຍ ອຳເພີດ່ານຊ້າຍ) ສ່ວນພໍ່ຂຸນບາງກາງຫາວໄດ້ແບ່ງໄພ່ພົນຂ້າມລຳນ້ຳໝັນໄປທາງຝັ່ງຊ້າຍ ສ້າງບ້ານດ່ານຊ້າຍ (ສັນນິດຖານວ່າຢູ່ໃນບໍລິເວນໝູ່ບ້ານເກົ່າ ອຳເພີດ່ານຊ້າຍໃນປັດຈຸບັນ). ຕໍ່ມາຈຶ່ງໄດ້ອົບພະຍົບເລື່ອນຂຶ້ນໄປຕາມລຳນ້ຳໄປສ້າງບ້ານໜອງຄູ ແລະໄດ້ນຳຊື່ໝູ່ບ້ານດ່ານຊ້າຍ ມາຂະໜານນາມໝູ່ບ້ານໜອງຄູໃຫມ່ເປັນ "ເມືອງດ່ານຊ້າຍ" ອົບພະຍົບໄປຢູ່ເມືອງບາງຢາງໃນທີ່ສຸດ ໂດຍມີພໍ່ຂຸນຜາເມືອງອົບພະຍົບຜູ້ຄົນຕິດຕາມໄປຕັ້ງເມືອງລາດ (ເຊື່ອວ່າເປັນເມືອງສີເທບ ຢູ່ໃນທ້ອງທີ່ອຳເພີສີເທບແລະອຳເພີວິຊຽນບຸລີ ຈັງຫວັດເພັດຊະບູນ) ແລະຕັ້ງເມືອງດ່ານຊ້າຍ ເປັນເມືອງໜ້າດ່ານທາງຕາເວັນອອກຂອງເມືອງບາງຢາງ.

ນອກຈາກນີ້ແລ້ວ ຍັງມີຊາວໂຍນົກອີກກຸ່ມໜຶ່ງໄດ້ອົບພະຍົບມາຕັ້ງບ້ານເຮືອນລະຫວ່າງຊາຍແດນຕອນໃຕ້ຂອງອານາເຂດ ລ້ານນາ ຕໍ່ແດນລ້ານຊ້າງຢູ່ຊົ່ວໄລຍະເວລາໜຶ່ງ ກ່ອນທີ່ຈະອົບພະຍົບລີ້ໄພສົງຄາມຂ້າມລຳນ້ຳເຫືອງມາຕັ້ງເມືອງເຊໄລຂຶ້ນ (ສັນນິດຖານວ່າຢູ່ໃນທ້ອງທີ່ໝູ່ບ້ານຊາຍຂາວ ຕຳບົນຊາຍຂາວ ອຳເພີວັງສະພຸງ). ຈາກຫຼັກຖານໃນສະໝຸດຂ່ອຍທີ່ມີການຄົ້ນພົບ ເມືອງເຊໄລຢູ່ດ້ວຍຄວາມສະຫງົບຮົ່ມເຢັນມາຈົນຮອດສະໄໝເຈົ້າເມືອງຄົນທີ 5 ເກີດທຸບພິກຂະໄພ ເຂົ້າຍາກໝາກແພງ ຝົນຟ້າບໍ່ຕົກ ຈຶ່ງໄດ້ພາຜູ້ຄົນອົບພະຍົບໄປຕາມລຳແມ່ນ້ຳເຊໄລຮອດບໍລິເວນທີ່ຮາບລະຫວ່າງປາກລຳຫ້ວຍໄຫຼຕົກແມ່ເຊໄລ ຈຶ່ງໄດ້ຕັ້ງບ້ານເຮືອນຂຶ້ນຂະໜານນາມວ່າ "ບ້ານແຮ່ " ສ່ວນລຳຫ້ວຍໃຫ້ຊື່ວ່າ "ຫ້ວຍໝານ".

ໃນປີ ພ.ສ. 2396 ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ ຊົງພິຈາລະນາເຫັນວ່າ ໝູ່ບ້ານແຮ່ເຊິ່ງຕັ້ງຢູ່ຮິມຝັ່ງຫ້ວຍນ້ຳໝານ ແລະຢູ່ໃກ້ກັບແມ່ນ້ຳເລີຍ ມີຜູ້ຄົນເພີ່ມຫຼາຍຂຶ້ນ ສົມຄວນຈະໄດ້ຕັ້ງເປັນເມືອງ ເພື່ອປະໂຫຍດໃນການປົກຄອງຢ່າງໃກ້ຊິດ ຈຶ່ງໄດ້ຊົງໃຫ້ຈັດຕັ້ງເປັນເມືອງເອີ້ນຊື່ຕາມຊື່ຂອງແມ່ນ້ຳເລີຍວ່າ ເມືອງເລີຍ. ຕໍ່ມາ ພ.ສ. 2440 ໄດ້ມີເປົ່າປະກາດໃຊ້ພະລາຊະບັນຫຍັດລັກສະນະປົກຄອງພື້ນທີ່ ລ.ສ.116 ແບ່ງການປົກຄອງເມືອງເລີຍອອກເປັນ 3 ອຳເພີ ໄດ້ແກ່ ອຳເພີກຸດປ່ອງ ອຳເພີທ່າລີ່ ອຳເພີນາກອກ (ປັດຈຸບັນຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວ). ອຳເພີທີ່ຕັ້ງເມືອງແມ່ນ ອຳເພີກຸດປ່ອງ. ຕໍ່ມາ ພ.ສ. 2442-2449 ໄດ້ປ່ຽນຊື່ເມືອງເລີຍເປັນ ບໍລິເວນລຳນ້ຳເລີຍ ພ.ສ. 2449-2450 ປ່ຽນຊື່ບໍລິເວນລຳນ້ຳເລີຍເປັນບໍລິເວນລຳນ້ຳເຫືອງ ແລະໃນ ພ.ສ. 2450 ໄດ້ມີເປົ່າປະກາດຂອງກະຊວງມະຫາດໄທລົງວັນທີ 4 ມັງກອນ ພ.ສ. 2450 ຍົກເລີກບໍລິເວນລຳນ້ຳເຫືອງ ໃຫ້ຄົງເຫຼືອໄວ້ສະເພາະ "ເມືອງເລີຍ " ໂດຍໃຫ້ປ່ຽນຊື່ອຳເພີກຸດປ່ອງເປັນ "ອຳເພີເມືອງເລີຍ ".

ໃນປີ ພ.ສ. 2445 ກົມມະຫາດໄທ ນຳໃບບອກພະຍາສຸລິຍະວົງສາ ເຈົ້າເມືອງຫຼົ່ມສັກ ບອກວ່າມີກາພະລາດສີສະເໜີໄປວ່າ ເມືອງເລີຍ ເມືອງແກ່ນທ້າວ ເມືອງຂຶ້ນຂອງເມືອງເພດຊະບູນ ຮ້ອງກ່າວໂທດເມືອງເພັດຊະບູນ ຂໍໃຫ້ເມືອງຫຼົ່ມສັກປົກຄອງເມືອງເລີຍ ເມືອງແກ່ນທ້າວ ໄປຈົນກວ່າຄະດີຮຽບຮ້ອຍ ໃນກໍລະນີນີ້ພະຍາສຸລຶຍາວົງສາ ເຫັນວ່າພະຍາສີສົງຄາມ ເຈົ້າເມືອງເລີຍ ມີໄວແກ່ເຖົ້າ ຊະລາພາບແລ້ວ ອາຍຸ 80 ປີ ຍ້ານວ່າຈະຮັບລາດຊະການຕໍ່ໄປບໍ່ໄດ້ ຈຶ່ງໄດ້ຂໍພະລາດສະຖານເລື່ອນຂຶ້ນເປັນ ຈາງວາງ (ເຈົ້າໜ້າທີ່ລະດັບສູງໃນວັງ) ດູແລລັດຖະກອນ ແລະໄດ້ຂໍພະລາດຊະທານວໍລະບຸດ ວ່າທີ່ອຸບປະຮາດ ເປັນພະສີສົງຄາມເຈົ້າເມືອງເລີຍ ຮັບລາດຊະການເພື່ອຮັບໃຊ້ຕໍ່ໄປ [1]

ສັນຍາລັກປະຈຳແຂວງ[ດັດແກ້]

  • ເຄື່ອງໝາຍປະຈຳແຂວງ: ຮູບສົມເດັດພະນະເລສວນມະຫາລາດຍືນໜ້າທີ່ປະທັບຂອງພະອົງ ເຊີ່ງຕັ້ງຢູ່ເມືອງໜອງບົວລຳພູ
  • ດອກໄມ້ປະຈຳແຂວງ: ດອກເອື້ອງເຫຼືອງ (Paphiopedilum)
  • ໄມ້ປະຈຳແຂວງ: ຕົ້ນສົນສາມໃບ (Kesiya pine)
  • ຄຳຂວັນປະຈຳແຂວງ: ເມືອງແຫ່ງທະເລພູເຂົາ ສຸດໜາວໃນສະຫຍາມ

ອານາເຂດ[ດັດແກ້]

ແຂວງໜອງບົວລຳພູ ມີອານາເຂດຕິດຕໍ່ດັງນີ້

ບັນດາເມືອງໃນການປົກຄອງ[ດັດແກ້]

ຂົງເຂດໃນການປົກຄອງຂອງແຂວງແບ່ງໄດ້ 14 ເມືອງ/ອຳເພີ 90 ຕຳບົນ 840 ບ້ານ

ແຜນທີ່ການປົກຄອງແຂວງ
ອັນດັບ ເມືອງ ອັນດັບ ເມືອງ
1 ເມືອງເລີຍ 8 ເມືອງທ່າລີ່
2 ເມືອງນາດ້ວງ 9 ເມືອງວັງສະພຸງ
3 ເມືອງຊຽງຄານ 10 ເມືອງພູກະດຶງ
4 ເມືອງປາກຊົມ 11 ເມືອງພູຫຼວງ
5 ເມືອງດ່ານຊ້າຍ 12 ເມືອງຜາຂາວ
6 ເມືອງນາແຫ້ວ 13 ເມືອງເອລາວັນ
7 ເມືອງພູເຮືອ 14 ເມືອງໜອງຫິນ


ລັກສະນະພູມປະເທດ[ດັດແກ້]

ແຂວງເລີຍຕັ້ງຢູ່ທີ່ລາບສູງໂຄລາດ ຫຼືເອິ້ນວ່າ ແອ່ງສະກົນນະຄອນ ລັກສະນະພູມປະເທດສ່ວນຫຼາຍແມ່ນເປັນພູໃນແນວທິດເໜືອຫາທິດໃຕ້ ແລະມີພື້ນທີ່ລາດລຸ່ມລະຫວ່າງພູ ສະຫຼັບກັນເປັນເທືອກເຂົາ ແຂວງເລີຍມີພູສູງກະຈາຍ ໂດຍສະເພາະທິດຕາເວັນຕົກແລະທິດໃຕ້ຂອງແຂວງ ແລະຍັງມີແຫຼ່ງນ້ຳສຳຄັນຄື ແມ່ຂອງ ຢູ່ບໍລິເວນຊາຍແດນຕອນເທີງຂອງແຂວງ

Map

ອ້າງອິງ[ດັດແກ້]

  1. ບອກຫົວເມືອງ ລາດຊະກິດຈານຸເບກສາ ປື້ມທີ່ 5 ໜ້າ 123