ລາວເດີນອາກາດ
Lao Skyway | ||
---|---|---|
IATA LK | ICAO LLL | Callsign LAVIE |
ສ້າງຕັ້ງ | 2002 | |
ສູນການບິນ | ສະໜາມບິນສາກົນວັດໄຕ | |
ເມືອງສຸມ | ນະຄອນຫລວງວຽງຈັນ | |
ຂະຫນາດຝູງບິນ | ||
ຈຸດຫມາຍ | 8 | |
ສູນໃຫຍ່ | ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ປະເທດລາວ | |
ບຸກຄົນສໍາຄັນ | ||
ເວັບໄຊຕ໌: http://www.laoskyway.com |
ບໍລິສັດ ລາວເດີນອາກາດ ເປັນ ສາຍການບິນ ພາຍໃນປະເທດຂະໜາດນ້ອຍ ມີສຳນັກງານໃຫຍ່ຕັ້ງຢູ່ທີ່ ສະໜາມບິນສາກົນວັດໄຕ ໃນ ນະຄອນຫລວງວຽງຈັນ, ປະເທດລາວ.[1] ສ້າງຕັ້ງຂຶ້ນໃນປີ ຄ.ສ. 2002 ໂດຍຈຸດປະສົງ ເພື່ອບໍລິການ ຮັບໃຊ້ຂົນສົ່ງທາງອາກາດດ້ວຍຍົນເຮລິຄອບເຕີ້ແລະຍົນປີກ.
ຄວາມເປັນມາ[ດັດແກ້]
ລາວເດີນອາກາດ ຖືກສ້າງຕັ້ງຂຶ້ນ ແລະ ເລີ່ມປະຕິບັດພາລະກິດຕັ້ງແຕ່ປີ ຄ.ສ. 2002 ເປັນຕົ້ນມາ.[2]
ຈຸດໝາຍ[ດັດແກ້]
ເພື່ອໃຫ້ບໍລິການຂົນສົ່ງທາງອາກາດຕາມຄວາມປະສົງຂອງລູກຄ້າ ບໍວ່າແບບເຊົ່າ-ເໝົາລຳ ເພື່ອທຸລະກິດ, ການທ່ອງທ່ຽວ, ແບບສ່ວນຕົວ ແລະ ອື່ນໆ. ແລະ ແບບສາຍການບິນປະຈຳພາຍໃນປະເທດ ຫລື ໄປຕ່າງປະເທດ (ຕາມນະໂຍບາຍລັດຖະບານ).
ລາວເດີນອາກາດ ມີເສັ້ນທາງການບິນດັ່ງລຸ່ມນີ້:[3]
- ວຽງຈັນ (ສະໜາມບິນສາກົນວັດໄຕ)
- ຊຳເໜືອ, ແຂວງຫົວພັນ
- ບຸນເໜືອ, ແຂວງຜົ້ງສາລີ
- ຫລວງນ້ຳທາ
- ຫ້ວຍຊາຍ, ແຂວງບໍ່ແກ້ວ
- ຫລວງພະບາງ
- ອຸດົມໄຊ
- ຊຽງຂວາງ
- ສະຫນາມບິນສາກົນປາກເຊ
ຊະນິດຂອງເຮືອບິນ[ດັດແກ້]
ລາວເດີນອາກາດ ມີເຮືອບິນດັ່ງຕໍ່ໄປນີ້:
- MA60, 3 ລຳ.
- Cessna 208, 2 ລຳ.
- Mi–17V1, 2 ລຳ.
- Eurocopter AS350 BA, 3 ລຳ.
- L410, 3 ລຳ (ກຳລັງມາ).
ເຊື່ອມຕໍ່ພາຍນອກ[ດັດແກ້]
ອ້າງອີງ[ດັດແກ້]
- ↑ "ໜ້າຕິດຕໍ່ພວກເຮົາຂອງເວັບໄຊ www.laoskyway.com." Lao Skyway. Retrieved on September 2, 2014. "ບໍລິສັດລາວເດີນອາກາດ ຖະໜົນອາຊຽນ, ສະໜາມບິນສາກົນວັດໄຕ"
- ↑ http://www.laoskyway.com/aboutus.php
- ↑ http://www.laoskyway.com/fligthschedule.php