ຈັງຫວັດຊຽງໃໝ່

ຈາກ ວິກິພີເດຍ
ຈັງຫວັດຊຽງໃໝ່

จังหวัดเชียงใหม่
ᨧᩢ᩠ᨦᩉ᩠ᩅᩢᨩ᩠ᨿᨦᩉᩲ᩠ᨾ᩵

ນະຄອນພິງ
ດອຍອິນທະນົນ
ທຸງຂອງຈັງຫວັດຊຽງໃໝ່
ທຸງ
ກາຢ່າງເປັນທາງການຂອງຈັງຫວັດຊຽງໃໝ່
ກາ
ຊື່: 
ນົບພະບູລີສີນະຄອນພິງຊຽງໃໝ່
ຄຳຂວັນ: 
ดอยสุเทพเป็นศรี ประเพณีเป็นสง่า บุปผชาติล้วนงามตา นามล้ำค่านครพิงค์
(ດອຍສຸເທບເປັນສີ ປະເພນີເປັນສະຫງ່າ ບຸບຜະຊາດລ້ວນງາມຕາ ນາມລ້ຳຄ່ານະຄອນພິງ)
ເພງ: ນະຄອນຊຽງໃໝ່
ແຜນທີ່ປະເທດໄທ ຈັງຫວັດຊຽງໃໝ່ເນ້ນສີແດງ
ແຜນທີ່ປະເທດໄທ ຈັງຫວັດຊຽງໃໝ່ເນ້ນສີແດງ
ປະເທດທຸງຊາດຂອງໄທ ໄທ
ອຳເພີເມືອງເມືອງຊຽງໃໝ່
ສ້າງຕັ້ງວຽງຊຽງໃໝ່19 ເມສາ ຄ.ສ. 1296
ຜູ້ກໍ່ຕັ້ງພະຍາມັງຮາຍ
ການປົກຄອງ
 • ຜູ້ວ່າລາຊະການນິຣັດ ພົງສິດທິຖາວອນ
 • ນາຍົກອົງການບໍລິຫານພິໄຊ ເລີດພົງອະດິສອນ
ພື້ນທີ່
 • ທັງໝົດ20,232.057 ຕລ.ກມ. (Bad rounding here7,800 ຕລ.ໄມລ໌)
ອັນດັບພື້ນທີ່2
ປະຊາກອນ
 (ຄ.ສ. 2023)
 • ທັງໝົດ1,797,075 ຄົນ
 • ຄວາມໜາແໜ້ນ89 ຄົນ/ຕລ.ກມ. (230 ຄົນ/ຕລ.ໄມລ໌)
ເດມະນິມຊາວຊຽງໃໝ່
ເຂດເວລາUTC+7 (ICT)
ລະຫັດ ISO 3166TH-50
ທະບຽນພາຫະນະเชียงใหม่
ເວັບໄຊchiangmai.go.th

ແຂວງຊຽງໃໝ່ (ຄຳເມືອງ:

ໄທ
จังหวัดเชียงใหม่) ແມ່ນຈັງຫວັດໜຶ່ງຂອງໄທ ຕັ້ງຢູ່ທາງພາກເໜືອຂອງປະເທດ ຄອບຄຸມພື້ນທີ່ປະມານ 20,107 ຕາລາງກິໂລແມັດ ເຊິ່ງໃຫຍ່ເປັນອັນດັບທີ 2 ຂອງປະເທດ ແລະມີຈຳນວນປະຊາກອນປະມານ 1,728,242 ລ້ານຄົນ, ເຊິ່ງຫຼາຍເປັນອັນດັບທີ 5 ຂອງປະເທດ ໃນຈຳນວນນີ້ ແມ່ນປະຊາກອນທີ່ອາໄສຢູ່ໃນເຂດເມືອງແລະຊານເມືອງປະມານ 960,906 ຄົນ ໂດຍຈັງຫວັດຊຽງໃໝ່ທິດເໜືອຕິດຕໍ່ກັບລັດສານຂອງພະມ້າ.


ແຂວງຊຽງໃໝ່ແບ່ງການປົກຄອງອອກເປັນ 25 ເມືອງມີເມືອງຊຽງໃໝ່ເປັນສູນກາງຂອງແຂວງ. ເມື່ອ ຄ.ສ.2009 ມີການຈັດຕັ້ງເມືອງກັນລະຍານິວັດທະນາເປັນອຳເພີທີ 25 ຂອງແຂວງ ແລະອັນດັບທີ 878 ຂອງປະເທດ ເຊິ່ງເປັນອຳເພີຫຼ້າສຸດຂອງໄທ.

ແຂວງຊຽງໃໝ່ມີປະຫວັດອັນຍາວນານ ເຄີຍເປັນນະຄອນຫຼວງຂອງອານາຈັກລ້ານນາແຕ່ບູຮານມີ "ຄຳເມືອງ" ເປັນພາສາທ້ອງຖິ່ນ ມີເອກະລັກສະເພາະໂຕທັງດ້ານປະເພນີວັດທະນະທຳ ແລະມີແຫຼ່ງທ່ອງທ່ຽວຈຳນວນຫຼາຍ ໂດຍເລີ່ມວາງໂຕເປັນນະຄອນສ້າງສັນ ແລະພວມພິຈາລະນາສະໝັກເຂົ້າເປັນຂອງຢູເນສະໂກ.

ປະຫວັດສາດ[ດັດແກ້]

ພະບໍລົມລາຊານຸສາວະລີສາມກະສັດ ແມ່ນ ພະຍາມັງຮາຍ ພະຍາຣ່ວງ (ພໍ່ຂຸນຮາມຄຳແຫງມະຫາລາດ) ແລະ ພະຍາງຳເມືອງ.

ເມືອງຊຽງໃໝ່ (จังหวัดเชียงใหม่) ມີຊື່ປາກົດໃນຕຳນານວ່າ "ນົບບຸລີສີນະຄອນພິງຊຽງໃໝ່"(ຄຳເມືອງ: ) ສ້າງຂຶ້ນໃນປີ ພ.ສ. 1839 ໂດຍພະຍາມັງຮາຍແມ່ນຜູ້ຊົງສ້າງ. ມີອາຍຸຄົບ 700 ປີ ໃນປີ ພ.ສ. 2539.

ໃນອະດີດ ຊຽງໃໝ່ມີຖານະເປັນນະຄອນຫຼວງ ຂອງລາຊະອານາຈັກນະຄອນລັດອິດສະຫຼະ, ຊື່ວ່າ ອານາຈັກລ້ານນາ. ເຊິ່ງປົກຄອງໂດຍກະສັດລາຊະວົງມັງຮາຍ ປະມານ 261 ປີ (ລະຫວ່າງ ພ.ສ. 1839-2101) ຈົນຮອດປີ ພ.ສ. 2101, ຊຽງໃໝ່ໄດ້ເສຍເມືອງ ໃຫ້ແກ່ພະເຈົ້າບຸເລງນອງແຫ່ງພະມ້າ, ແລະ ໄດ້ຢູ່ພາຍໃຕ້ການປົກຄອງຂອງພະມ້າມາດົນກວ່າສອງຮ້ອຍປີ ຈົນຮອດສະໄໝສົມເດັດພະເຈົ້າກຸງທົນບຸລີ, ຈຶ່ງໄດ້ມີການເຮັດສົງຄາມ ເພື່ອຂັບໄລ່ພະມ້າອອກຈາກເມືອງຊຽງໃໝ່ແລະຊຽງແສນໄດ້ສຳເລັດ, ໂດຍການນຳພາຂອງເຈົ້າກາວິລະ ແລະ ພະຍາຈ່າບ້ານ ແລະປ່ຽນຊື່ເປັນ "ເມືອງລັດຕະນະຕິງສາອະພິນວະປຸຣີ" (ຄຳເມືອງ: ).

ຫຼັງຈາກນັ້ນ ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ຊົງພະກະລຸນາໂຜດເກົ້າຯ ສະຖາປະນາເຈົ້າກາວິລະຂຶ້ນເປັນພະເຈົ້າບໍລົມລາຊາທິບະດີກາວິລະ ໃຫ້ປົກຄອງຫົວເມືອງຝ່າຍເໜືອ ໃນຖານະປະເທສະລາດຂອງກຸງລັດຕະນະໂກສິນ ແລະລາຊະວົງທິບຈັກກະລາທິວົງ (ລາຊະວົງເຈົ້າເຈັດຕົນ). ອັນເປັນເຊື້ອສາຍຂອງພະເຈົ້າບໍລົມມະລາຊາທິບໍດີກາວິລະ ກໍໄດ້ສືບຕໍ່ປົກຄອງເມືອງຊຽງໃໝ່ແລະຫົວເມືອງຕ່າງ ໆ.

ໃນລັດສະໄໝຂອງພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ໄດ້ມີການປະຕິຮູບການປົກຄອງຫົວເມືອງປະເທສະລາດ ໂດຍມີການຈັດຕັ້ງການປົກຄອງແບບມົນທົນເທສາພິບານ. ເອີ້ນວ່າ "ມົນທົນພາຍັບ" ຫຼືມົນທົນລາວສຽງ. ຕໍ່ມາຊຽງໃໝ່ໄດ້ມີການປັບປຸງການປົກຄອງແລະຍົກຖານະຂຶ້ນເປັນ "ຈັງຫວັດ" ຕັ້ງແຕ່ປີ ພ.ສ. 2476 ໃນລັດສະໄໝພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ ຈົນຮອດປະຈຸບັນ.

...ເມືອງຊຽງໃໝ່ນີ້ ເໝືອນໜຶ່ງເປັນເພັດເຊິ່ງປະດັບມຸງກຸດຂອງເມືອງໄທ ຖ້າມຸງກຸດປາດສະຈາກເພັດປະດັບກໍຈະໄມ້ຜ່ອງໃສງົດງາມໄດ້.

ພູມສາດ[ດັດແກ້]

ບ່ອນຕັ້ງ[ດັດແກ້]

ຈັງຫວັດຊຽງໃໝ່ຕັ້ງ ນະ ລະຕິຈູດ 16 ອົງສາເໜືອ ລອງຕິຈູດ 99 ອົງສາຕາເວັນອອກ ສູງຈາກລະດັບນ້ຳທະເລປະມານ 310 ແມັດ ສ່ວນກວ້າງຈາກທິດຕາເວັນຕົກຮອດທິດຕາເວັນອອກປະມານ 138 ກິໂລແມັດ ສ່ວນຍາວຈາກທິດເໜືອຮອດທິດໃຕ້ປະມານ 428 ກິໂລແມັດ ຫ່າງຈາກບາງກອກ 696 ກິໂລແມັດ.

ອານາເຂດຕິດຕໍ່[ດັດແກ້]

ມີດອຍຜີປັນນໍ້າ ດອຍກິ່ວແດງ ດອຍແປເມືອງ ດອຍແມ່ຍະ ດອຍອັງເກດ ດອຍແມ່ສຸລິນ ດອຍຂຸນຍວມ ດອຍຫຼວງ ແລະລ່ອງແມ່ລິດ ແມ່ອອຍ ແລະດອຍຜີປັນນ້ຳດອຍຂຸນແມ່ຕື້ນເປັນເສ້ນກັ້ນອານາເຂດ

ຈັງຫວັດຊຽງໃໝ່ມີຊາຍແດນຕິດຕໍ່ກັບປະເທດພະມ້າ ໃນ 5 ອຳເພີ ໄດ້ແກ່ ອຳເພີແມ່ອາຍ ອຳເພີຝາງ ອຳເພີຊຽງດາວ ອຳເພີວຽງແຫງ ອຳເພີໄຊປາການ ຮວມໄລຍະທາງທັງສິ້ນ 227 ກິໂລແມັດ ພື້ນທີ່ເຂດແດນສ່ວນໃຫຍ່ເປັນປ່າເຂົາຈຶງບໍ່ສາມາດປັກຫຼັກໄດ້ຊັດເຈນ ແລະເກີດປັນຫາເສ້ນເຂດແດນລະຫວ່າງປະເທດ

ພູມິປະເທດ[ດັດແກ້]

ຈ້າຍພູແດນລາວໃນຂົງເຂດອຳເພີໄຊປາການ.

ຈັງຫວັດຊຽງໃໝ່ມີພື້ນທີ່ 20,107.057 ຕາລາງກິໂລແມັດ ຫຼື ປະມານ 12,566,911 ໄຮ່ ມີພື້ນທີ່ກວ້າງໃຫຍ່ເປັນອັນດັບທີ 1 ຂອງພາກເໜືອແລະອັນດັບທີ 2 ຂອງປະເທດຮອງຈາກຈັງຫວັດນະຄອນລາຊະສີມາ. ລັກສະນະພູມິປະເທດ ໂດຍທົ່ວໄປ ມີສະພາບພື້ນທີ່ເປັນພູດອຍແລະປ່າລະເມາະ ມີທີ່ຮາບພຽງຢູ່ຕອນກາງຕາມສອງຟາກຝັ່ງແມ່ນ້ຳປິງ ມີພູດອຍທີ່ສູງທີ່ສຸດໃນປະເທດໄທ ແມ່ນ ດອຍອິນທະນົນ ສູງປະມານ 2,565 ແມັດ ຢູ່ໃນຂົງເຂດອຳເພີຈອມທອງ. ນອກຈາກນີ້ ຍັງມີດອຍອື່ນ ທີ່ມີຄວາມສູງຮອງລົງມາອີກຫຼາຍແຫ່ງ ເຊັ່ນ ດອຍຜ້າຫົ່ມປົກ (ອຳເພີຝາງ) ສູງ 2,285 ແມັດ ດອຍຫຼວງຊຽງດາວ (ອຳເພີຊຽງດາວ) ສູງ 2,170 ແມັດ ດອຍສຸເທບ (ອຳເພີເມືອງຊຽງໃໝ່) ສູງ 1,601 ແມັດ ສະພາບພື້ນທີ່ແບ່ງອອກໄດ້ເປັນ 2 ລັກສະນະ ແມ່ນ

  1. ພື້ນທີ່ພູດອຍ ຄິດເປັນພື້ນທີ່ປະມານຮ້ອຍລະ 80 ຂອງຈັງຫວັດ ປະກອບດ້ວຍຈ້າຍພູອິນທະນົນ (ຫຼືຖະໜົນທົງໄຊຕາເວັນອອກ) ຕັ້ງຢູ່ທາງທິດຕາເວັນຕົກຂອງຈັງຫວັດ ພາດຍາວຈາກທິດເໜືອຮອດໃຕ້ ຕາມແນວຮອຍຕໍ່ກັບຈັງຫວັດແມ່ຮ່ອງສອນ ຈ້າຍພູແດນລາວ ຕັ້ງຢູ່ທາງທິດເໜືອຂອງຈັງຫວັດຕາມຂົງເຂດຮອຍຕໍ່ກັບລັດສານ ປະເທດພະມ້າແລະທິວເຂົາຂຸນຕານ ເຊິ່ງຕັ້ງຢູ່ທາງທິດຕາເວັນອອກຂອງຈັງຫວັດ ພາດຜ່ານໃນທິດເໜືອ-ໃຕ້ ພື້ນທີ່ພູດອຍສ່ວນໃຫຍ່ເປັນປ່າຕົ້ນນ້ຳລຳທານ ບໍ່ແທດເໝາະກັບການປູກຝັງ ສ່ວນບາງພື້ນທີ່ ແມ່ນພື້ນທີ່ຢູ່ອາໄສຂອງຊາວເຂົາຊາດພັນຕ່າງໆ
  2. ພື້ນທີ່ຮາບພຽງນ້ຳແລະທີ່ຮາບພຽງຕີນພູ ຢາຍຢູ່ທົ່ວໄປລະຫວ່າງຮ່ອມພູທອດໂຕໃນແນວເໜືອ-ໃຕ້ ໄດ້ແກ່ ທີ່ຮາບພຽງລຸ່ມນ້ຳປິງ ລຸ່ມນ້ຳຝາງ ລຸ່ມນ້ຳແມ່ງັດ ແມ່ນພື້ນທີ່ທີ່ມີຄວາມອຸດົມສົມບູນແທດເໝາະກັບການກະເສດ.

ພູມອາກາດ[ດັດແກ້]

ຈັງຫວັດຊຽງໃໝ່ມີສະພາບອາກາດຄ່ອນຂ້າງເຢັນເກືອບຕະຫຼອດທັງປີ ມີອຸນຫະພູມສະເລ່ຍທັງປີ 25.4 ອົງສາເຊວຊຽດ ໂດຍມີຄ່າອຸນຫະພູມສູງສຸດສະເລ່ຍ 31.8 ອົງສາເຊວຊຽດ ອຸນຫະພູມຕ່ຳສຸດສະເລ່ຍ 20.1 ອົງສາເຊວຊຽດ ມີປະລິມານນ້ຳຝົນສະເລ່ຍ 1,000-1,200 ມິນລິແມັດ ສະພາບພູມອາກາດຈັງຫວັດຊຽງໃໝ່ຢູ່ພາຍໃຕ້ອິດທິພົນມໍລະສຸມ 2 ຊະນິດ ແມ່ນ ລົມມໍລະສຸມຕາເວັນຕົກສຽງໃຕ້ແລະລົມມໍລະສຸມຕາເວັນອອກສຽງເໜືອ ແບ່ງພູມອາກາດອອກໄດ້ເປັນ 3 ລະດູ.

ເຂດການປົກຄອງ[ດັດແກ້]

ອ້າງອີງ[ດັດແກ້]