Jump to content

ທະເລເມດີແຕຣາເນ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ເມດີແຕຣາເນ)
ທະເລເມດີແຕຣາເນ
ແຜນທີ່ທະເລເມດີແຕຣາເນ
ທີ່ຕັ້ງເອີຣົບຕາເວັນຕົກ, ເອີຣົບຕາເວັນອອກ, ອາຟຣິກາເໜືອ ແລະ ອາຊີຕາເວັນຕົກ
ຊະນິດທະເລ
ແຫຼ່ງນ້ຳໄຫຼເຂົ້າຫຼັກມະຫາສະໝຸດອັດລັງຕິກ, ທະເລມາມາຣາ, ແມ່ນ້ຳໄນລ໌, Ebro, Rhône, Chelif, Po
ປະເທດໃນອ່າງນ້ຳ
ພື້ນທີ່ພື້ນນ້ຳ2500000 ກມ2
ຄວາມເລິກໂດຍສະເລ່ຍ1500ມ
ຄວາມເລິກສູງສຸດ5267ມ
ປະລິມານນ້ຳ3750000ກມ3
ເວລາຂອງນ້ຳ80–100 ປີ[1]
ເກາະ3300+
ເມືອງAlexandria, Barcelona, Algiers, Izmir, Rome, Athens, Beirut, Tripoli, Tunis, Tangier, Tel Aviv-Yafo, Split, (full list)
ພາບຖ່າຍຈາກດາວທຽມຂອງທະເລເມດີແຕຣາເນ

ທະເລເມດີແຕຣາເນ (ອັງກິດ: Mediterranean Sea) ເປັນທະເລລະຫວ່າງທະວີບ ກາງທະວີບເອີຣົບ ແລະ ດິນແດນອານາໂຕເລຍທີ່ຢູ່ທາງເໜືອ ທະວີບອາຟຣິກາທີ່ຢູ່ທາງໃຕ້ ແລະ ທະວີບອາຊີທີ່ຢູ່ທາງຕາເວັນອອກ ຄອບຄຸມພື້ນທີ່ປະມານ 2.5 ລ້ານຕາລາງກິໂລແມັດ[2] (ກວມເອົາ 0.7 ສ່ວນຮ້ອຍ ຂອງພື້ນຜິວນ້ຳທະເລທັງໝົດໃນໂລກ) ແລະ ມີສ່ວນທີ່ເຊື່ອມຕໍ່ກັບມະຫາສະໝຸດອັດລັງຕິກຜ່ານທາງຊ່ອງແຄບຈິບຣານຕາ ຄຳໃນພາສາອັງກິດ Mediterranean ມາຈາກພາສາລາແຕງ mediterraneus ໝາຍເຖິງ 'ພາຍໃນແຜ່ນດິນ' (medius 'ກາງ' terra 'ແຜ່ນດິນ, ໂລກ') ໃນພາສາເກຣັກໃຊ້ວ່າ "mesogeios" – ຈາກຄຳເກຣັກ μέσος (mésos) ແປວ່າ "ໃນທ່າມກາງ", ແລະ γήινος (gḗinos) ແປວ່າ "ແຫ່ງແຜ່ນດິນ" – ເຊິ່ງສະແດງເຖິງລັກສະນະທະເລທີ່ມີແຜ່ນດິນອ້ອມຮອບ ອີງຕາມຫຼັກຖານທາງທໍລະນີສາດແລ້ວ ທະເລເມດີແຕຣາເນຖືກຈັດອອກຈາກມະຫາສະໝຸດອັດລັງຕິກ ເມື່ອ 5.9 ລ້ານປີກ່ອນ ແລະ ຢູ່ໃນສະພາບແຫ້ງແລ້ງ (dessicated) ໂດຍສິ້ນເຊີງເປັນຊ່ວງເວລາດົນນານປະມານ 6 ແສນປີ ຫຼື ທີ່ຮຽກວ່າ ວິກິດລະດັບເກືອຍຸກເມສຊີນີ (Messinian Salinity Crisis) ກ່ອນທີ່ຈະຖືກນ້ຳຖ້ວມໃຫຍ່ເພີ່ມລະດັບນ້ຳໃຫ້ເຕັມອີກຄັ້ງໃນຍຸກຊັງຄຣີອັນ .

ທະເລເມດີແຕຣາເນມີຄວາມເລິກໂດຍສະເລ່ຍ 1,500 ມ. (4,900 ຟຸດ) ແລະ ເລິກສຸດທີ່ບັນທຶກໄວ້ ແມ່ນ 5,267 ມ. (17,280 ຟຸດ) ໃນຮ່ອງເລິກຄາລິບໂຊ (Calypso Deep) ໃນທະເລໄອໂອນຽນ ທະເລເມດີແຕຣາເນຖືກອ້ອມຮອບດ້ວຍແຄມຝັ່ງຂອງທະວີບເອີຣົບໃຕ້ ແຄມຝັ່ງຂອງອາຊີມິເນີ ແລະ ແຄມຝັ່ງອາຟຣິກາເໜືອ ຕັ້ງຢູ່ລະຫວ່າງເສັ້ນຂະໜານ 30 ° ແລະ 46 ° N ແລະ ເສັ້ນຂະໜານ 6 ° W ແລະ 36 ° E ມີຄວາມຍາວຕາມທິດຕາເວັນຕົກ - ຕາເວັນອອກ ເມື່ອວັດຈາກຊ່ອງແຄບຈິບຣານຕາໄປຈົນເຖິງອ່າວ Iskenderun ເທິງຊາຍຝັ່ງຕາເວັນຕົກສຽງໃຕ້ຂອງຕວັກກີ ຢູ່ທີ່ປະມານ 4,000 ກິໂລແມັດ ( 2,500 ໄມລ໌ ) ມີຄວາມຍາວຕາມທິດເໜືອ - ໃຕ້ໂດຍສະເລ່ຍຂອງທະເລ ວັດຈາກແຄມຝັ່ງທາງໃຕ້ຂອງກຣົວຊີ ຫາ ລິບີປະມານ 800 ກມ. (500 ໄມລ໌).

ທະເລເມດີແຕຣາເນເປັນເສັ້ນທາງທີ່ສຳຄັນສຳລັບພໍ່ຄ້າ ແລະ ນັກເດີນທາງໃນສະໄໝບູຮານ ມັນຊ່ວຍອຳນວຍຄວາມສະດວກທາງການຄ້າ ແລະ ການແລກປ່ຽນທາງວັດທະນະທຳລະຫວ່າງຜູ້ຄົນໃນພາກພື້ນ ປະຫວັດສາດຂອງພາກພື້ນໃນເມດີແຕຣາເນຈຶ່ງມີຄວາມສຳຄັນຢ່າງຍິ່ງຕໍ່ການເຂົ້າໃຈຕົ້ນກຳເນີດ ແລະ ການພັດທະນາຂອງອາລະຍະທຳສະໄໝໃໝ່ຫຼາຍແຫ່ງ.

ອ້າງອີງ[ດັດແກ້]

  1. Pinet, Paul R. (2008). Invitation to Oceanography. Paleoceanography. Vol. 30. Jones & Barlett Learning. p. 220. ISBN 978-0-7637-5993-3.
  2. "Mediterranean Sea". Encyclopædia Britannica. Retrieved 23 October 2015.
ບັນນານຸກົມ

ແຫຼ່ງຂໍ້ມູນອື່ນ[ດັດແກ້]